ແຟນນາງງາມຈຳນວນຫຼາຍຕ່າງກໍຕັ້ງໜ້າຕັ້ງຕາລໍຖ້າຟັງຂ່າວ ຕົວແທນສາວລາວເຂົ້າຮ່ວມປະກວດ Miss Grand International 2019 ເຊິ່ງຈັດຂຶ້ນທີ່ປະເທດເວເນຊູເອລາ ແຕ່ກໍຕ້ອງຊັອກກັບຖະແຫຼງການຈາກທາງກອງປະກວດວ່າ ປີນີ້ຈະບໍ່ໄດ້ສົ່ງສາວລາວເຂົ້າປະກວດ ເພາະຕິດບັນຫາເລື່ອງຂອງວີຊາ.
ເຟສບຸກ Jenny MalailakMiss Grand Laos 2019 ໄດ້ໂພສຂໍ້ຄວາມຖະແຫຼງການເມື່ອຕອນບ່າຍຂອງມື້ນີ້ (11 ຕຸລາ 2019) ວ່າ ເນື່ອງຈາກການຈັດການປະກວດ Miss Grand Laos 2019 ມີຄວາມຫຼ້າຊ້າ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການແລ່ນເອກະສານຂໍວີຊາ ເພາະຢູ່ປະເທດເຮົາບໍ່ມີສະຖານທູດເວເນຊູເອລາ ຈຶ່ງຕ້ອງໄດ້ໄປຂໍຢູ່ທີ່ປະເທດຫວຽດນາມແທນ.
"ປີນີ້ປະເທດລາວເຮົາຈຶ່ງບໍ່ໄດ້ນຳສົ່ງ ມະໄລລັກ ພະຈັນ Miss Grand Laos 2019 ໄປປະກວດຕໍ່ Miss Grand International. ຂໍໂທດແຟນນາງງງາມທຸກຄົນ. ຂອບໃຈທີ່ຮ່ວມເຊຍ ຮ່ວມໃຫ້ກຳລັງໃຈຕະຫຼອດມາ", ຖະແຫຼງການດັ່ງກ່າວລະບຸ.
ກ່ອນໜ້ານີ້ບໍ່ດົນກໍມີແຟນນາງງາມຈຳນວນໜຶ່ງໄດ້ໄປສະແດງຄວາມເຫັນສອບຖາມກັບທາງກອງປະກວດໃນເຟສບຸກທາງການວ່າ ສາວລາວຈະໄດ້ໄປຕໍ່ບໍ່ ເພາະຫຼາຍປະເທດໄດ້ເດີນທາງຮອດເວເນຊູເອລາແລ້ວ ແຕ່ສາວລາວຍັງບໍ່ທັນໄດ້ໄປ ກ່ອນທີ່ຈະມີຖະແຫຼງການດັ່ງກ່າວອອກມາດັ່ງທີ່ລະບຸຂ້າງເທິງ.
ທັງນີ້ ການປະກວດຮອບຕັດສິນຂອງ Miss Grand International 2019 ຈະມີຂຶ້ນໃນວັນທີ 25 ຕຸລາ 2019 ນີ້.
ຂໍຂອບໃຈ
ຂໍ້ມູນ : Jenny Malailak Miss Grand Laos 2019
ຂອງໝວດຂ່າວບັນເທີງ
This website uses cookies We use cookies to personalise content and ads to give you the best experience on our website. For more detailed information about the cookies we use, see our‘Cookies Policy’ and‘Privacy Policy’
ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)