Movatterモバイル変換


[0]ホーム

URL:


Jump to content
ວິກິພີເດຍ
ຊອກຫາ

19 ກໍລະກົດ

ຈາກ ວິກິພີເດຍ

ວັນທີ 19 ກໍລະກົດ ຄ.ສ 1949 ເປັນວັນທີ່ ປະເທດລາວ ປະກາດເອກະລາດ ເປັນ ຣາຊະອານາຈັກລາວ ຈາກ ພວກລ່າເມືອງຂື້ນຝຣັ່ງໃນຊ່ວງສົງຄາມໂລກຄັ້ງທີ 2 ກອງທັບຍີ່ປຸ່ນໄດ້ເຂົ້າມາໃນດິນແດນລາວ ແລະ ອິນດູຈີນຝຣັ່ງອື່ນໆ ເມື່ອຍີ່ປຸ່ນໃກ້ຈະປະລາໄຊສົງຄາມ ຂະບວນການລາວອິດສະຫຼະ ເຊິ່ງເຄື່ອນໄຫວທາງການເມືອງເພື່ອກອບກູ້ ເອກະລາດຂອງ ລາວໃນເວລານັ້ນໄດ້ປະກາດເອກະລາດ ໃຫ້ເປັນປະເທດ ຣາຊະອານາຈັກລາວ ຫຼັງຈາກຍີ່ປຸ່ນປະລາໄຊ ຝຣັ່ງກໍກັບຄືນມາຍຶດຄອງອິນດູຈີນເທື່ອໃໝ່ ແຕ່ເນື່ອງຈາກກອງທັບຫວຽດມິນ ທີ່ສາມາດປົດປ່ອຍຫວຽດນາມໄດ້ ຈຶ່ງເປັນການສັ່ນຄອນອຳນາດຂອງຝຣັ່ງ. ຝຣັ່ງຈຶ່ງຍ່ອມໃຫ້ລາວ ປະກາດເອກະລາດບາງສ່ວນ ໃນ ຄ.ສ 1949 ແລະ ໄດ້ຮັບເອກະລາດສົມບູນ ໃນ ປີ 1953 ພາຍຫຼັງທີ່ຝຣັ່ງປະລາໄຊໃນສະໝານຮົບດຽນບຽນຟູ ຜູ້ທີ່ມີບົດບາດໃນການປະກາດເອກະລາດ ແມ່ນ ເຈົ້າສຸວັນນະພູມມາ, ເຈົ້າເພັດຊະຣາດ ແລະ ທ່ານ ສຸພານຸວົງ ໂດຍມີເຈົ້າມະຫາຊີວິດສີສະຫວ່າງວົງ ດຳລົງຕຳແໜ່ງເປັນເຈົ້າມະຫາຊີວິດ ຈາກອານາຈັກລ້ານຊ້າງຫຼວງພະບາງເດີມ ໄດ້ລວມເອົາທັງ 3 ອານາຈັກຄື:ລ້ານຊ້າງຫຼວງພະບາງ,ລ້ານຊ້າງວຽງຈັນ ແລະລ້າງຊ້າງຈຳປາສັກ ເຂົ້າເປັນຣາຊະອານາຈັກລາວ

ດຶງຂໍ້ມູນຈາກ "https://lo.wikipedia.org/w/index.php?title=19_ກໍລະກົດ&oldid=28930"

[8]ページ先頭

©2009-2025 Movatter.jp