ແມ່ແບບ:Infobox disease
ໄຂ້ ຫຼືອາການຕົວຮ້ອນ ເປັນອາການສະແດງທາງການແພດທີ່ພົບເລື້ອຍ ໝາຍເຖິງການເພີ່ມຂອງອຸນຫະພູມຮ່າງກາຍສູງກວ່າປົກກະຕິຄື 36.5–37.5 °C (98–100 °F) ອັນເປັນຜົນຈາກການປັບສູງຂຶ້ນຂອງອຸນຫະພູມເປົ້າໝາຍທີ່ຮ່າງກາຍພະຍາຍາມຮັກສາໃຫ້ຄົງທີ່[1] ການສູງຂຶ້ນຂອງອຸນຫະພູມເປົ້າໝາຍນີ້ ກະຕຸ້ນໃຫ້ຄວາມເຄັ່ງຕົວຂອງກ້າມເນື້ອເພີ່ມຂຶ້ນ ແລະສັ່ນສະທ້ານ
ເນື່ອງຈາກອຸນຫະພູມເປົ້າໝາຍຂອງຮ່າງການສູງຂຶ້ນເຮັດໃຫ້ຜູ້ປ່ວຍຮູ້ສຶກໜາວທົ່ວໂຕ ທັງໆທີ່ອຸນຫະພູມຮ່າງກາຍສູງຂຶ້ນ ແລະ ເມື່ອອຸນຫະພູມຮ່າງກາຍສູງເຖິງອຸນຫະພູມເປົ້າໝາຍໃໝ່ແລ້ວຈະເຮັດໃຫ້ຮູ້ສຶກອຸ່ນ. ໄຂ້ເປັນການຕອບສະໜອງທາງພູມຄຸ້ມກັນຂອງຮ່າງກາຍທີ່ພະຍາຍາມຕໍ່ຕ້ານການຕິດເຊື້ອບັກເຕຣີ ຫຼື ໄວຣັດ. ໄຂ້ອາດເກີດໄດ້ຈາກຫຼາຍສາເຫດຕັ້ງແຕ່ພາວະທີ່ບໍ່ຮຸນແຮງໄປຈົນເຖິງຮຸນແຮງທີ່ສຸດ. ໂດຍທົ່ວໄປການຮັກສາດ້ວຍການລົດໄຂ້ນັ້ນມັກບໍ່ຈຳເປັນ ເວັ້ນແຕ່ພາວະທີ່ອຸນຫະພູມສູງຂຶ້ນຫຼາຍ. ຢ່າງໃດກໍຕາມການໃຊ້ຢາລົດໄຂ້ມີຜົນຊ່ວຍຫຼຸດອຸນຫະພູມລົງໄດ້ ແລະ ເຮັດໃຫ້ຜູ້ປ່ວຍຮູ້ສຶກສະບາຍຂຶ້ນ.
ໄຂ້ແຕກຕ່າງຈາກພາວະຕົວຮ້ອນເກີນທີ່ຄວບຄຸມບໍ່ໄດ້ (uncontrolled hyperthermia) ໂດຍພາວະຕົວຮ້ອນເກີນເປັນການເພີ່ມຂອງອຸນຫະພູມຮ່າງກາຍສູງກວ່າອຸນຫະພູມເປົ້າໝາຍທີ່ຮ່າງກາຍພະຍາຍາມຮັກສາໃຫ້ຄົງທີ່. ສາເຫດເກີດຈາກການສ້າງຄວາມຮ້ອນຂອງຮ່າງກາຍຫຼາຍເກີນປົກກະຕິ ແລະ/ຫຼືການປັບອຸນຫະພູມຂອງຮ່າງກາຍທີ່ບໍ່ພຽງພໍ.
- ↑Karakitsos D, Karabinis A (2008). "Hypothermia therapy after traumatic brain injury in children".N. Engl. J. Med.359 (11): 1179–80.PMID 18788094.
{{cite journal}}
:Unknown parameter|month=
ignored (help)