Movatterモバイル変換


[0]ホーム

URL:


Jump to content
ວິກິພີເດຍ
ຊອກຫາ

ເນີຍແຂງ

ຈາກ ວິກິພີເດຍ

ເນີຍແຂງ (ອັງກິດ:cheese,ຝຣັ່ງ:fromage) ຫຼືຟະໂລມາດ ແມ່ນ ຜະລິຕະພັນຈາກນົມເຊິ່ງສາມາດຜະລິດໄດ້ຈາກນົມງົວຫຼືແບ້ ເປັນຕົ້ນ ທີ່ຜ່ານກະບວນການຄັດແຍກປະໂລເຕອີນ ແລ້ວນຳໂປຕີນຂອງນົມມາເຮັດການປະສົມເຊື້ອຮາ ຫຼືແບກທີເລຍ ຫຼືສານອື່ນໆ ແຕກຕ່າງກັນໄປຕາມແຕ່ລະປະເພດຂອງເນີຍແຂງ ເຊິ່ງແຕກຕ່າງຈາກເນີຍທີ່ເຮັດມາຈາກໄຂມັນຂອງນົມ.

ເນີຍແຂງແມ່ນອາຫານທີ່ມີປະຫວັດສາດຄວາມເປັນມາດົນນານ ໂດຍມີປາກົດຫຼັກຖານທາງປະຫວັດສາດທີ່ຊັດເຈນທີ່ສຸດໃນຄຳພີໄບເບິນ ກຸ່ມນັກຮົບທະຫານໂລມັນເປັນບຸກຄົກຜູ້ມີບົດບາດສຳຄັນໃນການເຜີຍແພ່ໃຫ້ຄົນທົ່ວໂລກໄດ້ຮູ້ຈັກເນີຍແຂງ ຍ້ອນບໍ່ວ່າຈະຍົກທັບໄປບ່ອນໃດກໍມັກຈະນຳເນີຍແຂງໄປນຳສະເໝີແລະມັກຈະແບ່ງປັນເນີຍແຂງທີ່ມີໃຫ້ກັບຄົນທ້ອງຖິ່ນນັ້ນໆ.ໂບດຈັດວ່າເປັນສະຖານທີ່ເກັບລວບລວມຂໍ້ມູນຄວາມຮູ້ກ່ຽວກັບເນີຍແຂງທີ່ເດັ່ນຊັດທີ່ສຸດໃນສະໄໝກາງ. ການຈຳໜ່າຍເນີຍແຂງເພື່ອຫາລາຍໄດ້ເຂົ້າໂບດຂອງບາດຫຼວງໃນສາສະໜາຄິດສົ່ງຜົນໃຫ້ເກີດເນີຍແຂງແບບດັ້ງເດີມທີ່ມີສະເພາະໃນແຕ່ລະທ້ອງຖິ່ນ ແລະໃນເວລາຕໍ່ມາເນີຍແຂງທ້ອງຖິ່ນນີ້ໄດ້ຖືກພັດທະນາປັບປຸງລົດຊາດໃຫ້ມີຄວາມຫຼາກຫຼາຍ ຈົນໃນປັດຈຸບັນມີເນີຍແຂງຫຼາຍກວ່າ 3,000 ຊະນິດ.

ດຶງຂໍ້ມູນຈາກ "https://lo.wikipedia.org/w/index.php?title=ເນີຍແຂງ&oldid=47822"
ໝວດ:

[8]ページ先頭

©2009-2025 Movatter.jp