ຢູທູບ ຕາມສຳນຽງອາເມຣິກາ ຫຼືຢູທິບ ຕາມສຳນຽງອັງກິດ (ອັງກິດ :YouTube ; ˈjuːˌtjuːb (ສຳນຽງອັງກິດ), /-tuːb (ສຳນຽງອາເມຣິກາ)[ 2] ) ເປັນເວັບໄຊ ເຜີຍແຜ່ວິດີໂອໂດຍມີສຳນັກງານຢູ່ທີ່ຊານບຣູໂນແຄລິຟໍເນຍ ,ສະຫະລັດອາເມຣິກາ ຜູ້ສ້າງເວັບໄຊດັ່ງກ່າວຄືອະດີດພະນັກງານ 3 ຄົນໃນບໍລິສັດເພພາລ ອັນປະກອບດ້ວຍແຊດ ເຮີລີ ,ສະຕີບ ເຊນ ແລະຍາວິດ ຄາຣິມ ໂດຍສ້າງໃນເດືອນກຸມພາປີ 1979 ໃນເດືອນພະຈິກ 2006ກູໂກລ ຊື້ຢູທູບຊື້ໄປໃນລາຄາ 1.65 ຕື້ໂດລາສະຫະລັດ[ 3] ຢູທູບເປັນໜຶ່ງໃນບໍລິສັດຍ່ອຍຂອງກູໂກລ [ 4] ເວັບໄຊຍັງສາມາດອະນຸຍາດໃຫ້ຜູ້ໃຊ້ງານສາມາດອັບໂຫຼດ, ເບິ່ງ ຫຼື ແບ່ງປັນວິດີໂອໄດ້
ຍູທູບຖືກສ້າງຕັ້ງຂຶ້ນໂດຍພະນັກງານຂອງເພຍ໌ພາລເຊິ່ງເປັນເວັບໄຊທ໌ສໍາລັບການແບ່ງປັນວິດີໂອ ໂດຍທີ່ສະມາຊິກຂອງຍູທູບສາມາດອັບໂຫຼດ ແລະ ສຳຫຼວດວິດີໂອໄດ້[ 5] ໂດເມນເນມຂອງຍູທູບມີວ່າ "www.youtube.com" ເຊິ່ງເຜີຍແຜ່ມາຄັ້ງທຳອິດໃນ ວັນຈັນ ທີ 14 ກຸມພາ 2005 ເວລາ 9:13 ໂມງ[ 6]
ຍູທູບກໍ່ຕັ້ງໂດນແຊດ ເຮີລີ ,ສະຕີບ ເຊນ ແລະຍາວິດ ຄາຣິມ ໂດຍທັງໝົດເປັນພະນັກງານຝຶກຫັດທີ່ບໍລິສັດເພຍ໌ພາລ ເພື່ອທີ່ຈະເຂົ້າເປັນບຸກຄະລາກອນຂອງບໍລິສັດເພຍ໌ພາລ[ 7] ໂດຍເຮີລີໄດ້ເຂົ້າມະຫາວິທະຍາໄລອິນເດຍດາຂອງເພນຊິນເວເນຍດ້ານການອອກແບບ ເຊນ ແລະ ຄາຣິມໄດ້ສຶກສາຢູ່ທີ່ມະຫາວິທະຍາໄລ ອິລລີໂນຍ ຢູຣ໌ບານາ-ແຊມເປນ ດ້ານວິທະຍາສາດຄອມພິວເຕີ[ 8] ໂດຍສຳນັກງານແຫ່ງທຳອິດຂອງຍູທູບຢູ່ຂ້າງເທິງຮ້ານພິຊຊ່າ ແລະ ຮ້ານອາຫານຍີ່ປຸ່ນ ໃນ ຊານ ເມເທວ[ 9]
ໂດເມນເນມເປີດໃຊ້ງານຄັ້ງທຳອິດເມື່ອວັນທີ 14 ກຸມພາ 2005 ພ້ອມກັບການລວມວິດີໂອຄັ້ງທຳອິດເມື່ອວັນທີ 23 ເມສາ 2005 ເປັນການເລີ່ມຕົ້ນຄລິບວິດີໂອແຫ່ງທຳອິດໃນຍູທູບ ຊື່ວິດິໂອ:Me at the zoo ເມື່ອວັນທີ 23 ເມສາ 2005 ໂດຍມີຜູ້ຮ່ວມກໍ່ຕັ້ງເວັບໄຊຕ໌ຍາວິດ ຄາຣິມ ຖ່າຍຢູ່ທີ່ສວນສັດ ຊານ ດີເອໂກ[ 10] [ 11]
ຍູທູບຖືກນໍາໃຊ້ເພື່ອສະແດງຮູບພາບວິດີໂອໃນຮູບແບບຂອງAdobe Flash ແລະ ໃຊ້ການຖອດລະຫັດແບບSorenson Spark H.263 ແຟຣັດຊ໌ເປັນໂປແກມທີ່ຕ້ອງຕິດຕັ້ງເພີ້ມສຳລັບເວັບບຣາວເຊີ ທົ່ວໄປ ໂດຍສະແດງຜົນທີ່ຂະໜາດຄວາມກວ້າງ ແລະ ສູງ 320 ແລະ 240ພິກເຊວ ທີ່ 25 ເຟຣມຕໍ່ວິນາທີ ໂດຍມີການສົ່ງຂໍ້ມູນສູງສຸດທີ່ 300 ກິໂລບິດຕໍ່ວິນາທີ ເຊິ່ງການສະແດງຜົນສາມາດເບິ່ງໄດ້ທີ່ຂະໜາດປົກກະຕິ ຫຼື ຂະໜາດທີ່ສະແດງຜົນເຕັມໜ້າຈໍ
ຍູທູບປ່ຽນໄຟລ໌ວິດີໂອເປັນໄຟລ໌ໃນລັກສະນະແຟຣັດຊ໌ວິດີໂອ ໃນນາມສະກຸນ .FLV ພາຍຫຼັງຈາກຜູ້ໃຊ້ໄດ້ອັບໂຫຼດເຂົ້າໄປ ບໍ່ວ່າຜູ້ອັບໂຫຼດຈະໂຫຼດໃນລັກສະນະ.WMV .AVI .MOV .3GP MPEG ຫຼື.MP4 [ 12]
ໄຟລ໌ຍູທູບເກັບໄວ້ໃນລັກສະນະສະຕຣີມ ໄຟລ໌MP3 ໂດຍມີການເຂົ້າລະຫັດແບບໂມໂນທີ່ 65 ກິໂລບິດ/ວິນາທີ ທີ່ 22050 ເຮຼີດຊ໌ ແນວໃດກໍ່ຕາມຍູທູບສາມາດເກັບຮັກສາໄຟລ໌ສຽງໃນລັກສະນະສະເຕີຣິໂອຖ້າວ່າມີການປ່ຽນແປງເປັນໄຟລ໌ FLV ກ່ອນທີ່ຈະອັບໂຫຼດ
ວິດີໂອຍູທູບສາມາດເບິ່ງໄດ້ໂດຍກົງໂດຍຜ່ານເວັບໄຊທ໌ຍູທູບໂດຍຜ່ານຊອບແວແຟຣັດຊ໌ທີ່ກ່າວມາ ເບິ່ງໄດ້ຜ່ານຄອມພິວເຕີ ,ສະມາດໂຟນ ຫຼືແທັບເລັດ ທີ່ມີການເຊື່ອມຕໍ່ອິນເຕີເນັດໄດ້ ເຊິ່ງນອກຈາກນີ້ຍູທູບສາມາດເບິ່ງໄດ້ຈາກເວັບໄຊທ໌ທົ່ວໄປທີ່ມີການນຳລະຫັດໄປໃສ່ການເຊື່ອມຕໍ່ກັບຄືນໄປບ່ອນເວັບໄຊທ໌ຍູທູບເອງ ເຫັນໄດ້ຕາມກະດານສົນທະນາ ບລັອກ ຫຼື ເວັບໄຊທ໌ຕ່າງໆ
ນອກຈາກນີ້ສາມາດບັນທຶກໄຟລ໌ຍູທູບເກັບໄວ້ໃນເຄື່ອງຂອງຕົນເອງໄດ້ໂດຍໃຊ້ງານຊອບແວຂອງບໍລິສັດອື່ນ ເຊັ່ນ Keepvid ຫຼື ຜ່ານສະຄລິບຈາກ Greasemonkey ໂດຍຈະມີໄຟບ໌ເປັນນາມສະກຸນ.flv
ໂດຍມີຄວາມລະອຽດທີ່ແຕກຕ່າງກັນໄປ ໂດຍມີຄວາມລະອຽດເລີ່ມຕົ້ນທີ່ 144P ຫາ 480P ແລະ ໃນຄວາມລະອຽດ HD ທີ່ 720P ຫາ 8K ທີ່ 4320P
↑ "youtube.com Traffic Statistics" .Alexa Internet .Amazon.com . July 9, 2017. ຂໍ້ມູນເກົ່າທີ່ຖືກບັນທຶກຈາກແຫຼ່ງດັ້ງເດີມ ເມື່ອ 2016-08-07. ຄົ້ນຫາເມື່ອOctober 3, 2017 .↑ "youtube" . Cambridge Dictionary. ຄົ້ນຫາເມື່ອ 16 ກັນຍາ 2011 .↑ Hopkins, Jim (October 11, 2006)."Surprise! There's a third YouTube co-founder" .USA Today . ຄົ້ນຫາເມື່ອNovember 29, 2008 . ↑ "Google buys YouTube for $1.65 billion" . NBC News.↑ Hopkins, Jim (August 21, 2003)."Surprise! There is a third YouTube co-founder" .USA Today . ຄົ້ນຫາເມື່ອNovember 29, 2008 . ↑ "YouTube.com WHOIS, DNS, & Domain Info - DomainTools" .WHOIS . 2016. ຄົ້ນຫາເມື່ອJanuary 23, 2016 .↑ Graham, Jefferson (November 21, 2005)."Video websites pop up, invite postings" .USA Today . ຄົ້ນຫາເມື່ອJuly 28, 2006 . ↑ Wooster, Patricia (2014).YouTube founders Steve Chen, Chad Hurley, and Jawed Karim .ISBN 1467724823 . ຄົ້ນຫາເມື່ອ21 November 2016 . ↑ Sara Kehaulani Goo (October 7, 2006)."Ready for Its Close-Up" .Washington Post . ຄົ້ນຫາເມື່ອNovember 29, 2008 . ↑ Alleyne, Richard (July 31, 2008)."YouTube: Overnight success has sparked a backlash" .The Daily Telegraph . London. ຄົ້ນຫາເມື່ອJanuary 17, 2009 . ↑ Jawed Karim and Yakov Lapitsky (April 23, 2005)."Me at the Zoo" (Video) . YouTube. ຄົ້ນຫາເມື່ອAugust 3, 2009 . ↑ ຮູບແບບໄຟລ໌ທີ່ຍູທູບຮອງຮັບ ບັນນານຸກົມ "Google buys YouTube for $1.65 billion". NBC News. Graham, Jefferson (November 21, 2005). "Video websites pop up, invite postings". USA Today. Retrieved July 28, 2006. Hopkins, Jim (October 11, 2006). "Surprise! There's a third YouTube co-founder". USA Today. Retrieved November 29, 2008. Lextrait, Vincent (July 2010). "YouTube runs on Python". Archived from the original on 2012-05-30. Retrieved 5 September 2010. Weber, Tim (March 2, 2007). "BBC strikes Google-YouTube deal". BBC. Retrieved January 17, 2009. "YouTube language versions". Retrieved January 15, 2012. "Youtube.com Site Info". Alexa Internet. Retrieved 2013-08-21. Kelsey, Todd (2010).Social Networking Spaces: From Facebook to Twitter and Everything In Between . Springer-Verlag.ISBN 978-1-4302-2596-6 . Lacy, Sarah (2008).The Stories of Facebook, YouTube and MySpace: The People , the Hype and the Deals Behind the Giants of Web 2.0. Richmond: Crimson.ISBN 978-1-85458-453-3 . "On YouTube, Amateur Is the New Pro". New York Times. 2012-06-28.